ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ນັກ​ກິລາ​ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ ມີ​ຄວາມ​ພ້ອມ​ 100%

     ການ​ກຽມ​ຄວາມ​ພ້ອມ​ຂອງ​ນັກ​ກິລາ ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ ໃນ​ແຕ່​ລະ​ປະເພດ​ທີ່​ເຂົ້າ​ສູນ​ເຝິກ ຊ້ອມ​ໃນ​ໄລຍະ
​ຜ່ານ​ມາປັດຈຸບັນ​ມີ​ຄວາມ​ພ້ອມ 100% ທີ່​ຈະ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ກິລາ​ທົ່ວ​ກອງທັບ​ ເຂດແຂ່ງຂັນທີ 5 ທີ່​ແຂວງ​ເຊ​ກອງ​ເປັນ​ເຈົ້າພາບ
ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ​ ຄົບຮອບ 75 ປີ​ທີ່​ຈະ​ມາ​ເຖິງ​ນີ້.

     ສະຫາຍ ພັນ​ໂທ ບົວ​ໄລ ພົງ​ສະ​ຫວັດ ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ ທັງ​ເປັນ​ຫົວໜ້າ​
ຄະນະ​ຊີ້​ນຳ​ອະນຸ​ກຳມະການ​ກິລາ ໃຫ້​ຮູ້​ວ່າ: ໃນ​ການ​ເຝິກຊ້ອມ​ຂອງ​ນັກ​ກິລາ​ແຕ່​ລະ​ປະເພດ​ໃນ​ໄລຍະ​ຜ່ານ​ມາ ເຫັນ​ວ່າ​ນັກ​ກິລາ​ແຕ່​ລະ
​ສະຫາຍ​ມີ​ຄວາມ​ເປັນ​ເອກ​ກະ​ພາບ​ພາຍ​ໃນ​ທີມ​ຂອງ​ກິລາ​ແຕ່​ລະ​ປະເພດ, ເອົາໃຈໃສ່​ເຝິກຊ້ອມ​ຕາມ​ແຜນການ​ຂອງ​ຄະນະ​ຊີ້​ນຳ, ຕາມ​
ທິດ​ຊີ້​ນຳ​ຂອງ​ຄູ​ເຝິກ ແລະ ຕາມ​ຕາຕະລາງ​ຂອງ​ກິລາ​ແຕ່​ລະ​ປະເພດ ເພື່ອ​ເຮັດ​ໃຫ້​ນັກ​ກິລາ​ມີ​ຄວາມ​ເຂັ້ມແຂງ​ທາງ​ດ້ານ​ທັກ​ສະພຶດຕິ​ກຳ​
ຂອງ​ຕົນ​ເອງ ໃຫ້​ມີ​ຄວາມ​ວ່ອງໄວ ແລະ ຄ່ອງ​ແຄ່ວ​ຫຼາຍ​ຂຶ້ນ ສຳລັບ​ກິລາ​ທີ່​ຈະ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັ້ນ​ໃນ​ຄັ້ງ​ນີ້​ມີ 10 ປະເພດ​ຄື: ກິລາ​ບານ
ເຕະ, ບານສົ່ງ, ກະຕໍ້, ເປ​ຕັງ, ຍິງ​ປືນ AK, ຍິງ​ປືນ RPK, ຍິງ​ປືນ SVD, ໝູ່​ປືນ​ກຳລັງ​ໄຟ​ແບກ​ຫາບ, ແລ່ນ​ມ້າງ​ປະກອບ​ອາວຸດ ແລະ
ນັກຮົບ​ແຂງແຮງມີນັກກິລາທັງໝົດ 116 ສະຫາຍ.

ແຫຼ່ງທີ່ມາ: ບຸນ​ກອງ ຄຳ​ປະສົງ
ວັນທີ 13/11/2023